• ບ້ານ
  • Find a Car
  • KONA 2021
  • ຈຸດເດັ່ນ
  • kona_highlights_kv

    The new
    KONA

ມີຊີວິດທີ່ສົດໃສ

ມີຄວາມຮູ້ສຶກສົດໃສກັບລົດ Kona ໃໝ່, ເປັນການອອກແບບທີ່ອ່ອນໄວ ແລະ ມັກຫຼີ້ນຊຶ່ງໄປກະຕຸ້ນຄວາມຮູ້ສຶກ ແລະ ເຊີນຊວນໃຫ້ກວດສອບຄວາມສາມາດຂອງລົດຫຼາຍຂື້ນ. ກ້າວເຂົ້າມາດ້ານໃນແລ້ວກົດປຸ່ມຕິດຈັກລົດຈາກນັ້ນ Kona ຈະມີຊີວິດຂື້ນມາເພື່ອມອບປະສິດທິພາບແບບໄດນາມິກທີ່ສຸດຍອດ. ຈາກດ້ານໜ້າໄປດ້ານຫຼັງ KONA ໄດ້ຮັບການປັບປຸງຢ່າງກວ້າງຂວາງເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າທີ່ມີວິຖີຊີວິດທີ່ກະຕຶລຶລົ້ນ.

ມີຊີວິດທີ່ສົດໃສ

ວິຖີຂອງທ່ານ,ດ້ວຍແບບຂອງທ່ານ

Kona ໃໝ່ມີຮູບແບບທີ່ໝັ້ນໃຈ ແລະ ທັນສະໄໝ, ຊຶ່ງມີວິທີທີ່ເໝາະສົມສະເໝີໃນທຸກໆບ່ອນທີ່ທ່ານເດີນທາງໄປ ບໍ່ວ່າຈະເປັນການອອກເດດອາຫານຄ່ຳຢູ່ໃນຕົວເມືອງ ຫຼື ຂັບລົດໄປຕາມຖະໜົນຫົນທາງນອກເມືອງ, Kona ກໍ່ເຮັດໃຫ້ທ່ານຮູ້ສຶກຄືຢູ່ບ້ານໄດ້ຢ່າງສົມບູນແບບ.

ວິຖີຂອງທ່ານ,ດ້ວຍແບບຂອງທ່ານ

ອອກແບບມາເພື່ອທີ່ຈະແຕກຕ່າງ

ລວດລາຍເສັ້ນອັນຊົງພະລັງຂອງ Kona ໄດ້ດຶງດູດຄວາມສົນໃຈຂອງທ່ານຈາກທຸກມຸມ. ການອອກແບບທີ່ແຂງແກ່ງ ແລະ ໝັ້ນຄົງໄດ້ຮັບການເສີມທຸກໆການລ້ຽວ ລວມເຖິງການຫຸ້ມເກາະທີ່ຄ້າຍຄືກັບຊຸ່ມລໍ້, ການຢື່ນເຂົ້າໄປໃນແຜງໂຍກ ແລະ ກັນຊົນທັງສອງຂ້າງ, ການຫຸ້ມໂຕຖັງລົດດ້ານລຸ່ມນີ້ຊ່ວຍປ້ອງກັນກ້ອນຫິນ ແລະ ເສດຂີ້ດິນຕ່າງໆ.

ອອກແບບມາເພື່ອທີ່ຈະແຕກຕ່າງ

ຈັດຮູບແບບເພື່ອການຂັບຂີ່ຂອງທ່ານ.

ການເບິ່ງພຽງເທື່ອດຽວແລ້ວທ່ານສາມາດບອກໄດ້ວ່າ Kona ມາກ່ອນເວລາໜ້ອຍໜຶ່ງ. ອານາຄົດ ? ແນ່ນອນ ແຕ່ບໍ່ມີຫຍັງທີ່ຮ້າຍແຮງເກີນໄປກ່ຽວກັບເລື່ອງນີ້ນັ້ນຄື ນະວັດຕະກຳການອອກແບບທີ່ເຮັດໄດ້ຢ່າງຖືກຕ້ອງ
ຮູບຊົງເລຂາຄະນິດມີຄວາມຊັບຊ້ອນພ້ອມກັບລາຍລະອຽດອັນລໍ້າສະໄໝທີ່ໜ້າສົນໃຈຫຼາກຫຼາຍເຊັ່ນ: ເຕັກໂນໂຊຊີໄຟ LED ແລະ ຂອບລໍ້ອັນລອຍທີ່ເບິ່ງສະດຸດຕາ ແລະ ດຶງດູດສາຍຕາ.

ຈັດຮູບແບບເພື່ອການຂັບຂີ່ຂອງທ່ານ.

ສ່ວນໜ້າທີ່ໄດ້ຮັບການອອກແບບໃໝ່ໃຫ້ມີຮູບລັກທີ່ແຂງແກ່ງ ແລະ ສະປອດ.

kona13

ຄລັງຮູບ

Learn more about Hyundai

ຮູບ​ພາບ, ຂໍ້​ມູນ​ສະ​ເພາະ​ຂອງ​ເຄື່ອງ​ຈັກ ​ແລະ ຂໍ້​ມູນ​ຕ່າງໆ​ທີ່​ໄດ້​ໂພສ​ໄວ້​ຂ້າງ​ເທິງ​ນັ້ນ​ອາດ​ຈະ​ແຕກຕ່າງ​ກັນ​ໄປ​​ແຕ່​ລະ​ພູມ​ມິ​ພາກ. ຂໍ້​ມູນ​ ​ແລະ ຮູບ​ພາບ​ປະກອບ​ທັງ​ໝົດ​​ແມ່ນ​ອ້າງ​ອິງ​ຈາກ​ຂໍ້​ມູນ​ທີ່​ມີ​ຢູ່​ໃນ​ຊ່ວງ​ເວລາ​ທີ່​ມີ​ການ​ເຜີ​ຍ​​ແຜ່ ​ແລະ ອາດ​ມີ​ການ​ປ່ຽນ​ແປງ​ໄດ້​ໂດຍ​ບໍ່​ມີ​ການ​ແຈ້ງ​ໃຫ້​ຮູ້ລ່ວງ​ໜ້າ. ກະ​ລຸ​ນາ​ເຂົ້າ​ຊົ​ມໜ້າ​ເພ​ຮສປະຈຳ​ແຕ່​ລະ​ພູມິ​ພາກຂອງເຮົາ ຫຼື ໂຕແທນ​ຈຳໜ່າຍ​ສຳ​ຫຼັບ​ຂໍ້​ມູນ​ເພີ່ມ​ເຕີມ.