• Palisade Highlights key visual

    PALISADE

    • 2022 IIHS Awards

ໂດດເດັ່ນສະເໝີ.

ການສຸ່ມລ້ຽວໄປຕາມຖະໜົນຫົນທາງອື່ນໆອາດນຳໄປສູ່ການຄົ້ນພົບທີ່ສຸດຍອດ. ສຳຫຼັບຜູ້ທີ່ມີຄວາມຮູ້ສຶກພະຈົນໄພ ແລະ ຕ້ອງການສຳຫຼວດດ້ວຍຕົວເອງນັ້ນ, ຮຸນໄດໄດ້ຂໍນຳສະເໜີລົດ Palisade ໃໝ່ລ່າສຸດຊຶ່ງເປັນຍານພາຫານະສຳລັບການພັກຜ່ອນທີ່ດີທີ່ສຸດ ດ້ວຍການອອກແບບທີ່ໂດດເດັ່ນ, Palisade ຖືກສ້າງຂື້ນສຳລັບຜູ້ກ້າທີ່ຈະແຕກຕ່າງ, ຜູ້ທີ່ຕ້ອງການຈະປ່ຽນກີດຈະວັດປະຈຳວັນ ແລະ ຫຼີກໜີຈາກທຸກສິ່ງ, ຈາກຄຸນນະສົມບັດດ້ານຄວາມປອດໄພອັນຊານສະຫຼາດທີ່ເປັນນະວັດຕະກຳໄປຈົນເຖິງຄວາມກວ້າງຂວາງຊັ້ນແນວໜ້າ Palisade ນັ້ນໄດ້ມອບຄວາມປະຫຼາດໃຈໃຫ້ຢ່າງບໍ່ມີທີ່ສີ້ນສຸດ.

ໂດດເດັ່ນສະເໝີ

ເຮັດທຸກຢ່າງຢ່າງມີເອກະລັກ

ວັນຂ້າງໜ້າທີ່ມີຄວາມວຸ້ນວາຍເຊັ່ນ: ບໍ່ວ່າຈະໄປໂຮງຮຽນ, ໄປຟີສເນສ, ຮັບປະທານອາຫານທ່ຽງກັບໝູ່ເພື່ອນ ແລະ ຊ໊ອບປີ້ງ. ເມື່ອມີສິ່ງທີ່ຕ້ອງການເຮັດຢ່າງຫຼວງຫຼາຍແຕ່ເວລານັ້ນມີໜ້ອຍຫຼາຍທີ່ຈະເຮັດ Palisade ຈະຊ່ວຍໃຫ້ທ່ານເຮັດທຸກຢ່າງໄດ້ສຳເລັດ ແລະ ມີເອກະລັກ. ຄຸນລັກສະນະດ້ານຄວາມປອດໄພ, ຄວາມສະດວກສະບາຍລ້ວນໄດ້ຮັບການພິຈາລະນາຢ່າງດີ ແລະ ຊ່ວຍລົດຄວາມຕຶງຄຽດໃນການຂັບຂີ່ຂອງທ່ານໄດ້ເປັນຢ່າງດີ. ລົດ Palisade ຊ່ວຍໃຫ້ທ່ານຜ່ອນຄາຍ ຈົດຈໍ່ກັບສິ່ງທີ່ສຳຄັນ ແລະ ເຮັດໃຫ້ການໃຊ້ຊີວິດງ່າຍຂື້ນ.

ເຮັດທຸກຢ່າງຢ່າງມີເອກະລັກ

ຈື່ຈຳຊ່ວງເວລານີ້ໄວ້

ມື້ສຳຄັນຢູ່ທີ່ນີ້ເພື່ອລວມພົນ,ຂົນເຄື່ອງຂື້ນລົດ Palisade ແລະ ມຸ່ງໜ້າໄປຍັງສະຖານທີ່ໆພິເສດນັ້ນ ຄວາມຊົງຈຳແມ່ນເກີດຂື້ນໃນມື້ນີ້ເຊັ່ນກັນ ແລະ Palisade ສາມາດເຮັດໃຫ້ເກີດຂື້ນໄດ້ ບໍ່ວ່າຜູ້ໂດຍສານ ຫຼື ເຄື່ອງທີ່ຢູ່ໃນລົດຈະຢູ່ແບບໃດ Palisade ນັ້ນກໍ່ສາມາດຕອບສະໜອງຮອງຮັບຄວາມສະດວກສະບາຍ ແລະ ງ່າຍດາຍ.

ຈື່ຈຳຊ່ວງເວລານີ້ໄວ້

ການສະຕາສລົດອັນອັດສະລີຍະ.

ລົດ Palisade ນັ້ນເຕັມໄປດ້ວຍຄຸນນະສົມບັດອັນຊານສະຫຼາດທີ່ໜ້າອັດສະຈັນເຊັ່ນ ປະຕູ້ທ້າຍໄຟຟ້າທີ່ບໍ່ມີພຽງແຕ່ຈະເປີດໄດ້ອັດຕະໂນມັດ ແຕ່ຍັງສາມາດປັບຄວາມໄວໃນການປິດ/ເປີດໄດ້ ແລະ ຄວາມສູງໃນການຍົກປະຕູເພື່ີອໃຫ້ເໝາະສົມກັບຄວາມຕ້ອງການຂອງແຕ່ລະບຸກຄົນ ແລະ ຫາກວ່າທ່ານໄດ້ຫຼົງລືມເດັກນ້ອຍ ຫຼື ສັດລ້ຽງໄວ້ຫຼັງລົດໂດຍບໍ່ຕັ້ງໃຈ ລະບົບຈະແຈ້ງເຕືອນຜູ້ໂດຍສານດ້ານຫຼັງຈະສົ່ງສຽງເຕືອນຢ່າງນຸ່ມນວນໂດຍອັດຕະໂນມັດ, ອັດສະລິຍະຕັ້ງແຕ່ຕົ້ນຈົນຈົບ ນີ້ຄືລົດ Palisade.

ການສະຕາສລົດອັນອັດສະລີຍະ.

ຄວາມສະອາດທີ່ສົດຊື່ນ.

ນອກເໜືອຈາກເສັ້ນສາຍທີ່ສະອາດ ແລະ ລ້ຳສະໄໝຂອງຫ້ອງໂດຍສານແລ້ວນັ້ນ, ຍັງມີເຕັກໂນໂລຊີອາກາດບໍລິສຸດທີ່ບໍ່ພຽງແຕ່ກອງຝຸ່ນລະອອງ ແລະ ລະອອງເກສອນດອກໄມ້ເທົ່ານັ້ນ ແຕ່ຍັງຊວຍກຳຈັດກິ່ນໃນອາກາດດ້ວຍໄອອອນໄນເຊີ້ອີກດ້ວຍ. ແລະ ວິນາທີ່ທີ່ລົດຈະເຂົ້າໄປໃນອຸໂມງ, ລົດ Palisade ຈະໄດ້ປິດໜ້າແວ່ນລົດໂດຍອັດຕະໂນມັດ ແລະ ຕັດການຮັບອາກາດພາຍນອກ ກະຈົກລາມິເນັດສອງຊັ້ນຊ່ວຍໃຫ້ໝັ້ນໃຈໄດ້ວ່າການເດີນທາງທີ່ງຽບ, ໃນຂະນະທີ່ໜ້າຈໍສຳພັດ 10.25 ມາພ້ອມກັບຄວາມສາມາດແຍກຈໍມໍນິເຕີ້ ແລະ ມຸມມອງແບບ 360 ອົງສາເພື່ອໃຫ້ໝັ້ນໃຈໄດ້ວ່າຈະສາມາດຄວບຄຸມ ແລະ ສັ່ງການໄດ້ງ່າຍ.

ຄວາມສະອາດທີ່ສົດຊື່ນ.

ຄລັງຮູບ

Learn more about Hyundai

ຮູບ​ພາບ, ຂໍ້​ມູນ​ສະ​ເພາະ​ຂອງ​ເຄື່ອງ​ຈັກ ​ແລະ ຂໍ້​ມູນ​ຕ່າງໆ​ທີ່​ໄດ້​ໂພສ​ໄວ້​ຂ້າງ​ເທິງ​ນັ້ນ​ອາດ​ຈະ​ແຕກຕ່າງ​ກັນ​ໄປ​​ແຕ່​ລະ​ພູມ​ມິ​ພາກ. ຂໍ້​ມູນ​ ​ແລະ ຮູບ​ພາບ​ປະກອບ​ທັງ​ໝົດ​​ແມ່ນ​ອ້າງ​ອິງ​ຈາກ​ຂໍ້​ມູນ​ທີ່​ມີ​ຢູ່​ໃນ​ຊ່ວງ​ເວລາ​ທີ່​ມີ​ການ​ເຜີ​ຍ​​ແຜ່ ​ແລະ ອາດ​ມີ​ການ​ປ່ຽນ​ແປງ​ໄດ້​ໂດຍ​ບໍ່​ມີ​ການ​ແຈ້ງ​ໃຫ້​ຮູ້ລ່ວງ​ໜ້າ. ກະ​ລຸ​ນາ​ເຂົ້າ​ຊົ​ມໜ້າ​ເພ​ຮສປະຈຳ​ແຕ່​ລະ​ພູມິ​ພາກຂອງເຮົາ ຫຼື ໂຕແທນ​ຈຳໜ່າຍ​ສຳ​ຫຼັບ​ຂໍ້​ມູນ​ເພີ່ມ​ເຕີມ.