• staria us4 premium kv

    STARIA Premium

ອອກ​ແບບ​ໃນ​ທິດ​ທາງໃໝ່.

STARIA ພ​ຣີ​ມ້ຽມ​ກໍ່​ໃຫ້​ເກີດ​ກະ​ແສ​ການ​ປ່ຽນ​ແປງ​ເພື່ອ​ເປີດ​ພາກໃໝ່​ຂອງ​ການ​ຂັບ​ຂີ່ MPV.
ດ້ວຍ​ແຮງ​ບັນ​ດານ​ໃຈ​ໂດຍ​ແນວ​ຄວາມ​ຄິດ​ຂອງ​ຫ້ອງ​ນັ່ງ​ຫຼິ້ນ​ທັນ​ສະ​ໄໝ​ຫຼູ​ຫຼາ, ການ​ສ້າງ​ສະ​ໄຕ​ລ໌​ແຫ່ງ​ອະ​ນາ​ຄົດ​ສັ່ງ​ໃຫ້​ມີ​ການ​ເອົາ​ໃຈ​ໃສ່​ທັນ​ການ.
ການ​ປະ​ກົດ​ອອກ​ມາ​ຂອງ​ຄວາມ​ລຽບ​ງ່າຍ ແລະ ຄວາມ​ງົດ​ງາມ​ທີ່​ໄຮ​ເທັກ, ເງົາ​ມືດ​ແຫ່ງ​ອະ​ນາ​ຄົດ​ໃຫ້​ທິດ​ທາງ​ແກ່​ເຕັກ​ໂນ​ໂລ​ຊີ​ຫຼ້າ​ສຸດ​ຂອງ STARIA ທີ່​ເຮັດ​ໃຫ້​ການ​ຂັບ​ຂີ່​ປອດ​ໄພ​ກວ່າ, ມີ​ຄວາມ​ສະ​ດວກ​ສະ​ບາຍ​ດີກວ່າ ແລະ ສະ​ດວກ​ຫຼາຍ​ຂຶ້ນກວ່າ​ທີ່​ເຄີຍ​ມີມາ.

staria design in a new direction

ດອກ​ໄຟ​ໃຫ້​ຖືກ​ຕາມ​ອາ​ລົມ​ຮອບ​ຂ້າງ 64 ສີ

ບໍ່​ວ່າ​ທ່ານ​ຈະ​ມັກ​ສະ​ພາບ​ຮອບ​ຂ້າງ​ທີ່​ນຸ່ມ ແລະ ອ່ອນ​ໂຍນ ຫຼື ມີ​ຊີ​ວິດ​ຊີ​ວາ ແລະ ມີ​ຄວາມ​ຕື່ນ​ເຕັ້ນ ຫຼື ບາງ​ບ່ອນ​ຢູ່​ລະ​ຫວ່າງ​ນັ້ນ​ຫຼື​ບໍ່​ກໍ​ຕາມ, ເງົາ​ຂອງດອກ​ໄຟ​ໃຫ້​ອາ​ລົມ​ສາ​ມາດ​ປັບ​ຕາມ​ຜູ້​ໃຊ້​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ມັກ​ສ່ວນ​ຕົວ​ໄດ້.

staria 64 color ambient

ບ່ອນ​ນັ່ງພ​ຣີ​ມ້ຽມ 7 ບ່ອນ

7 Seater accordion

ບ່ອນ​ນັ່ງພ​ຣີ​ມ້ຽມ 7 ບ່ອນ

ບ່ອນ​ນັ່ງຜ່ອນ​ຄາຍ​ລະ​ດັບ​ພ​ຣີ​ມ້ຽມ​ຖືກ​ອອກ​ແບບ​ມາ​ເພື່ອ​ຜ່ອນ​ຄາຍ​ຈຸດ​ທີ່​ມີ​ຄວາມ​ກົດ​ດັນ​ຂອງ​ບ່ອນ​ນັ່ງ​ທຳ​ມະ​ດາ, ດັ່ງ​ນັ້ນ​ທ່ານ​ຮູ້​ສຶກ​ຄື​ກັບ​ວ່າ​ທ່ານ​ນັ່ງ​ຢູ່​ໃນ​ຕັ່ງ​ເອນ​ທີ່​ທ່ານ​ມັກ​ຢູ່​ໃນ​ຫ້ອງ​ນັ່ງ​ຫຼິ້ນ​ຂອງ​ທ່ານ.

Premium 7 seater

ບ່ອນ​ນັ່ງຜ່ອນ​ຄາຍ​ລະ​ດັບພ​ຣີ​ມ້ຽມ

ໃນ​ການ​ສຳ​ຜັດ​ປຸ່ມ, ຄຸນ​ສົມ​ບັດ​ບ່ອນ​ນັ່ງ​ຜ່ອນ​ຄາຍ​ພ​ຣີ​ມ້ຽມ​ກະ​ຈາຍ​ນ້ຳ​ໜັກ​ຕົວ​ຂອງ​ທ່ານ​ຄືນ​ໃໝ່​ເພື່ອ​ເຮັດ​ໃຫ້​ທ່ານ​ຮູ້​ສຶກວ່າ​ທ່ານ​ກຳ​ລັງ​ລອຍ​ຕົວ​ຢູ່​ໃນ​ອາ​ກາດ ແລະ ມັນ​ເອົາ​ໃຈ​ໃສ່​ທ່ານ​ໃນ​ທຸກ​ສະ​ພາບ​ອາ​ກາດ​ດ້ວຍ​ຟັງ​ຊັນ​ການ​ປັບ​ຄວາມ​ຮ້ອນ 3 ຂັ້ນ ແລະ ການ​ລະ​ບາຍ​ອາ​ກາດ. ບ່ອນ​ພັກ​ຫຼັງ 2 ທາງ, ເບາະ​ນັ່ງ 2 ທາງ ແລະ ບ່ອນ​ພັກ​ຂາ 4 ທາງ​ແຕ່​ລະ​ຕົວ​ສາ​ມາດ​ປັບ​ໄດ້​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ມັກ​ສ່ວນ​ຕົວ.

ບ່ອນ​ນັ່ງພ​ຣີ​ມ້ຽມ 9 ບ່ອນ

Premium 9-seater

ບ່ອນ​ນັ່ງພ​ຣີ​ມ້ຽມ 9 ບ່ອນ

ດ້ວຍ​ບ່ອນ​ນັ່ງ​ພ​ຣີ​ມ້ຽມ 9 ບ່ອນ, ທ່ານ​ຈະ​ຄອງ​ຄອຍ​ຫາ​ຄວາມ​ສະ​ໜຸກ​ສະ​ໜານ​ຂອງ​ການ​ເດີນ​ທາງ​ໃນ​ທ້ອງ​ຖະ​ໜົນ​ຄັ້ງ​ຕໍ່​ໄປ.
ຕົວ​ເລືອກ​ສົມ​ບູນ​ແບບ​ສຳ​ລັບ​ຄອບ​ຄົວ​ໃຫຍ່​ມາ​ພ້ອມ​ກັບ​ບ່ອນ​ນັ່ງ​ເອ​ກະ​ລາດທີ່​ປິ່ນ​ໄດ້, ຟັງ​ຊັນການ​ປັບເລື່ອນ​ໄດ້​ໄກ ແລະ ການໃສ່​ຄຸນ​ສົມ​ບັດ​ຄວາມ​ສະ​ດວກ​ສະ​ບາຍ​ອື່ນໆ​ທີ່​ເຮັດ​ໃຫ້​ເສັ້ນ​ທາງ​ໄກ​ຫຍໍ້​ລົງ​ຢ່າງ​ມະ​ຫັດ​ສະ​ຈັນ ແລະ ເຮັດ​ໃຫ້​ເວ​ລາ​ຜ່ານ​ໄປ​ແບບ​ຕິດ​ປີກ.

premium 9 seater

ບ່ອນ​ນັ່ງ​ເອ​ກະ​ລາດທີ່​ປິ່ນ​ໄດ້

ການ​ນັ່ງ​ທີ່​ປັບ​ໄດ້​ລະ​ດັບ​ພ​ຣີ​ມ້ຽມ​ຂອງ STARIA ໃຫ້​ປັດ​ໃຈ​ຄວາມ​ສະ​ໜຸກ​ສະ​ໜານ​ຫຼາຍ​ເທົ່າ​ຕົວ, ໂດຍ​ສະ​ເພາະ​ເມື່ອ​ເດີນ​ທາງໄກ​ທີ່​ມີ​ເດັກ​ນ້ອຍ​ໄປ​ນຳ. ບ່ອນ​ນັ່ງ​ເອ​ກະ​ລາດທີ່​ປິ່ນ​ໄດ້ແຖວ​ທີ 2 ປິ່ນ 180º ອົງ​ສາ​ເພື່ອ​ໃຫ້​ມີ​ການ​ສົນ​ທະ​ນາ​ໜ້າ​ຕໍ່​ໜ້າ​ລະ​ຫວ່າງ​ຜູ້​ໂດຍ​ສານ​ນັ່ງ​ຢູ່​ທາງ​ຫຼັງ ແລະ 90º ເພື່ອ​ເຮັດ​ໃຫ້​ໄດ້​ການ​ເຂົ້າ​ໄປ ແລະ ການ​ອອກ​ສູ່​ທາງນອກ​ງ່າຍ​ຂຶ້ນ.

Learn more about Hyundai

ຮູບ​ພາບ, ຂໍ້​ມູນ​ສະ​ເພາະ​ຂອງ​ເຄື່ອງ​ຈັກ ​ແລະ ຂໍ້​ມູນ​ຕ່າງໆ​ທີ່​ໄດ້​ໂພສ​ໄວ້​ຂ້າງ​ເທິງ​ນັ້ນ​ອາດ​ຈະ​ແຕກຕ່າງ​ກັນ​ໄປ​​ແຕ່​ລະ​ພູມ​ມິ​ພາກ. ຂໍ້​ມູນ​ ​ແລະ ຮູບ​ພາບ​ປະກອບ​ທັງ​ໝົດ​​ແມ່ນ​ອ້າງ​ອິງ​ຈາກ​ຂໍ້​ມູນ​ທີ່​ມີ​ຢູ່​ໃນ​ຊ່ວງ​ເວລາ​ທີ່​ມີ​ການ​ເຜີ​ຍ​​ແຜ່ ​ແລະ ອາດ​ມີ​ການ​ປ່ຽນ​ແປງ​ໄດ້​ໂດຍ​ບໍ່​ມີ​ການ​ແຈ້ງ​ໃຫ້​ຮູ້ລ່ວງ​ໜ້າ. ກະ​ລຸ​ນາ​ເຂົ້າ​ຊົ​ມໜ້າ​ເພ​ຮສປະຈຳ​ແຕ່​ລະ​ພູມິ​ພາກຂອງເຮົາ ຫຼື ໂຕແທນ​ຈຳໜ່າຍ​ສຳ​ຫຼັບ​ຂໍ້​ມູນ​ເພີ່ມ​ເຕີມ.