• ບ້ານ
  • Find a Car
  • KONA 2021
  • ປະສິດທິພາບ
  • kona_performance_kv

    The new
    KONA

ປະສິດທິພາບອັນໜ້າປະທັບໃຈ

ຕັ້ງແຕ່ວິນາທີທີ່ທ່ານຢຽບຄັນເລັງເພື່ອປົດປ່ອຍສັກກະຍະພາບສູງສຸດຂອງ Kona. ທ່ານຈະຍີ້ມໄດ້ເມື່ອພົບກັບພະລັງທີ່ງຽບ ແລະ ສະອາດ. ລະບົບຈັກລົດຂອງ Kona ນີ້ແມ່ນລຸ້ນທີ່ 3 ຊື່ງໝາຍຄວາມວ່າພວກເຂົາຈະໄດ້ຮັບປະໂຫຍດຈາກເຕັກໂນໂລຊີລ່າສຸດທີ່ປັບປຸງປະສິດທິພາບ, ຄວາມໜ້າເຊື່ອຖື ແລະ ສິ່ງທີ່ສຳຄັນທີ່ສຸດຄື ຄວາມມ່ວນຊື່ນໃນການຂັບຂີ່ຂອງທ່ານ, ທ່ານມີເຄື່ອງຈັກສາມແບບໃຫ້ເລືອກ ແລະ ຄວາມມ່ວນຊື່ນໃນການຂັບຂີ່ທີ່ແທ້ຈີງໄດ້ຮັບການອອກແບບມາສະເພາະກັບແຕ່ລະເຄື່ອງຈັກ.

ປະສິດທິພາບ1

ເຄື່ອງຈັກ

Front

Front

Front

ນຳຄວາມຮູ້ສຶກພະຈົນໄພມາໃຫ້ທ່ານ

ລະບົບຄວບຄຸມຂັ້ນສູງຂອງ Kona ຊ່ວຍໃຫ້ທ່ານໝັ້ນໃຈໃນການຂັບຂີ່ໄປຕາມຖະໜົນຫົນທາງທີ່ມີການສັນຈອນໜ້ອຍ ຫຼື ໃນສະພາບອາກາດທີ່ບໍ່ດີ, ວົງລໍ້ໝຸນຂະໜາດໃຫຍ່ຢູ່ຄອນໂຊນໜ້າຂອງຄົນຂັບ ຊ່ວຍໃຫ້ທ່ານສາມາດເຂົ້າເຖິງລະບົບຄວບຄຸມໄຟຟ້າຂັ້ນສູງຂອງ Kona: ໝຸນວົງລໍ້ຄ່ອຍໆ ນີ້ເບິ່ງຄືງ່າຍ ແຕ່ເຕັມໄປດ້ວຍປະສິດທິພາບ: ດ້ວຍການລ້ຽວທີ່ວ່ອງໄວ ແລະ ການກົດພຽງຄັ້ງດຽວ, Kona ຈະເຮັດໃຫ້ທ່ານໄປສຳຫຼວດ ແລະ ຄົ້ນພົບໄດ້.

ປະສິດທິພາບຂອງ Kona

ໝວດເລືອກການຂັບຂີ່

ໂຕເລືອກໝວດການຂັບຂີ່ມີໂຕເລືອກໃນການຕັ້ງຄ່າຢູ່ 3 ແບບເພື່ອເໝາະສົມກັບຄວາມຕ້ອງການສ່ວນບຸກຄົນຂອງທ່ານ. ໝວດຂັບຂີ່ຈະປັບປ່ຽນຕາຕະລາງການປ່ຽນເກຍໂດຍອັດຕະໂນມັດເພື່ອປັບປ່ຽນບຸກຄະລິກຂອງ Kona ເຂົ້າໄປໝວດປະຢັດ, ສະປອດ ຫຼື ທຳມະດາໄດ້ໄວ.

ໝວດຄວາມຄຸມການຢືດເກາະ

ເມື່ອສະພາບການຂັບຂີ່ມີຄວາມຫຍຸ້ງຍາກ, ລະບົບ TCM ຈະຖືກເອີ້ນໃຊ້, ເພື່ອໝັ້ນ ໃຈວ່າໄດ້ມີການຢືດເກາະທີ່ດີທີ່ສຸດ. ມີໃຫ້ເລືອກທັງແບບ 2WD ແລພ 4WD , ລະບົບ TCM ຈະເລືອກເກຍລົດທີ່ເໝາະສົມໂດຍອັດຕະໂນມັດ ແລະ ຄວບຄຸມການສົ່ງແຮງບິດຂອງເຄື່ອງຈັກໄປຍັງແຕ່ລະລໍ້ເພື່ອລົດການໄຫຼມື່ນຂອງລໍ້.

Learn more about Hyundai

ຮູບ​ພາບ, ຂໍ້​ມູນ​ສະ​ເພາະ​ຂອງ​ເຄື່ອງ​ຈັກ ​ແລະ ຂໍ້​ມູນ​ຕ່າງໆ​ທີ່​ໄດ້​ໂພສ​ໄວ້​ຂ້າງ​ເທິງ​ນັ້ນ​ອາດ​ຈະ​ແຕກຕ່າງ​ກັນ​ໄປ​​ແຕ່​ລະ​ພູມ​ມິ​ພາກ. ຂໍ້​ມູນ​ ​ແລະ ຮູບ​ພາບ​ປະກອບ​ທັງ​ໝົດ​​ແມ່ນ​ອ້າງ​ອິງ​ຈາກ​ຂໍ້​ມູນ​ທີ່​ມີ​ຢູ່​ໃນ​ຊ່ວງ​ເວລາ​ທີ່​ມີ​ການ​ເຜີ​ຍ​​ແຜ່ ​ແລະ ອາດ​ມີ​ການ​ປ່ຽນ​ແປງ​ໄດ້​ໂດຍ​ບໍ່​ມີ​ການ​ແຈ້ງ​ໃຫ້​ຮູ້ລ່ວງ​ໜ້າ. ກະ​ລຸ​ນາ​ເຂົ້າ​ຊົ​ມໜ້າ​ເພ​ຮສປະຈຳ​ແຕ່​ລະ​ພູມິ​ພາກຂອງເຮົາ ຫຼື ໂຕແທນ​ຈຳໜ່າຍ​ສຳ​ຫຼັບ​ຂໍ້​ມູນ​ເພີ່ມ​ເຕີມ.