• ບ້ານ
  • Find a Car
  • Venue
  • ສິ່ງອຳນວຍຄວາມສະດວກ
  • Venue convenience key visual

    VENUE

    Hyundai's all-new entry SUV

​ເຊື່ອມ​ຕໍ່​ກັບ​​ໂຕ​ເມືອງ​​ໄດ້​ດ້ວຍ​ໂຕ​ຂອງ​ທ່ານ​​.

ຮູ​ບຊົງ​ແນວ​ນອນ​ທີ່​ເນັ້ນ​ການ​ເປິ​ດກວ້າງ​ປະສົມ​ປະສານ​ເຂົ້າ​ກັບ​ອົງ​ປະກອບ​ການ​ອອກ​ແບບ​ອັນ​ເປັນ​ສັນ​ຍາ​ລັກ​ເພື່ອ​ສ້າງ​ພື້ນ​ທີ່​ພາຍ​ໃນ​ທີ່​ບໍ່​ຄື​ໃຜ, ລະບົບ​ຄວາມ​ບັນ​ເທິງ​ຂັ້ນ​ສູງ​ຂອງ Venue ​ໄດ້​ມອບ​ຄວາມ​ສະດວກ​ສະບາຍ​ໃຫ້​ກັບ​ຜູ້​ໃຊ້​ຫຼາຍ​ຂື້ນ​ໂດຍ​ຮອງ​ຮັບ​ການ​ເຊື່ອມ​ຕໍ່​​ໂທລະສັບ (Apple CarPlay™ ​ແລະ Android Auto™) ​ເພື່ອ​ການ​ໃຊ້​ງານ​ກັບ ​ແອ​ປ Smartphone ທີ່​ໃຊ້ງານ​ຫຼາຍ​ທີ່​ສຸດ​ໄດ້​ຢ່າງ​ງ່າຍດາຍ.

​ເຊື່ອມ​ຕໍ່​ກັບ​​ໂຕ​ເມືອງ​​ໄດ້​ດ້ວຍ​ໂຕ​ຂອງ​ທ່ານ​​ ກັບ Venue

ການ​ເດີ​ນທາງ​ໄປ​ຂ້າງ​ໜ້າ

ຂັບ​ຂີ່​ດ້ວຍ​​ຄຼື້ນຂອງ​ທ່ານ

ພື້ນ​ທີ່​ພາຍ​ໃນ​ທີ່​ສວຍ​ງາມ ​ແລະ ຫ້ອງ​ໂດຍສານ​ທີ່​ສະດວກ​ສະບາຍ​ຂອງ SUV ​ເຮັດ​ໃຫ້​ມີ​ພື້ນ​ທີ່​ພຽງພໍ​ສຳລັບ​ການ​ເດີນທາງ​​ໃນ​ເມືອງ​ທີ່​ຫຼາກ​ຫຼາຍ, Venue ມາ​ພ້ອມ​ກັບ​ເບາະ​ຫຼັງ​ພັບ​ແບບ​ແຍກ​ສ່ວນ 60/40 ​ເພື່ອ​ເພີ່ມ​ປະ​ໂຫຍ​ດສູງ​ສຸດສຳລັບ​ການ​ເດີ​ນທາງ​ໄປ​ຕະຫຼາດ​ຊາວ​ກະສິກຳ ຫຼື ຂົນ​ສົ່ງ​ເຄື່ອງ​ດົນຕີ. ນອກຈາກ​ນີ້​ແຜງ​ສຳລັບ​ເກັບ​ເຄື່ອງ​ຊັ້ນ 2 ​ແລະ ຜ້າ​ປົກ​ຈະ​ສາມາດ​ຊ່ວຍ​ຈັດ​ເກັບ​ໃຫ້​ຖຶກຕາມ​ວິ​ຖີການ​ໃຊ້​ຊີວິດ​ຂອງ​ທ່ານ​ໄ​ດ້. ດ້ວຍ​ຊັ້ນ​ວາງ​ເຄື່ອງ​ແບບ​ປິດ​ທີ່​ສາມາດ​ສອດ​ເຂົ້າ​ດ້ານ​ຫຼັງ​ຂອງ​ເບາະ​ນັ່ງ​ດ້ານ​ຫຼັງ​ໄດ້, ສ່ວນ​ຝາ​ທ້າ​ຍຂອງ​ລົດ​ໄດ້​ອອກ​ແບບ​ມາ​ເພື່ອຈັດ​ເ​ກັບ​ສິ່ງຂອງ​ທີ່ມີ​ຄວາມສງລວມທັງ​ກະ​ເປົາ​ເດີນທາງ​ຂະ​ນາດ​ໃຫຍ່.

ປຸກ​ທຸກ​ຄວາມ​ຮູ້ສຶກ​ຂອງ​ທ່ານ​.

Venue ​ໄດ້​ນຳ​ສະ​ເໜີ​​ເຕັ​ກ​ໂນ​ໂລ​ຊີ​ຂັ້ນ​ສູງ​ທີ່​ຊ່ວຍ​ເພີ່ມ​ຄວາມ​ໝັ້ນ​ໃຈ ​ແລະ ຄວາມ​ສະດວກ​ສະບາຍ​ໃຫ້​ກັບ​ຜູ້​ຂັບ​ຂີ່​ເພື່ອ​ນຳ​ໜ້າ​ຄູ່​ແຂ່ງ, ລະບົບ​ຄວາມ​ບັນ​ເທີງຂອງ Venue ມີ​ລະບົບ​ໜ້າ​ຈໍ​ສຳ​ພັດ​ຂະໜາດ 8 ນີ້ວ ​ແລ ກ້ອງ​ມຸມ​ມອງ​ດ້ານ​ຫຼັງ.
​ແຜງ​ໜ້າ​ປັດ​ແບບ​ຫຼາຍ​ມິ​ຕິ ​ແລະ ສະປອດ​ຊ່ວຍ​ໃຫ້​​ເບິ່ງ​ເຫັນ​ຂໍ້​ມູນ​ໄດ້​ງ່າຍ, ​ໃນ​ຂະນະ​ທີ່​ໂຕ​ຄວບ​ຄຸມ​ເຄື່ອງ​ປັບ​ອາກາດ​ແບບ​ສາມ​ໜ້າ​ປັດ​ໃຫ້​ການ​ຄວບ​ຄຸມ​ທີ່​ງ່າຍດາຍ ​ແລະ​ ​ໃຊ້​ງານ​ງ່າຍ. ອົງ​ປະກອບ​ການ​ອອກ​ແບບ​ທີ່​ໂດດ​ເດັ່ນ​ເຫຼົ່າ​ນີ້​ມາ​ລວມກັນ​ເພື່ອສ້າງ​ພາບ​ລັກ​ໃຫ້ມີ​ເອະລັກ​ສະ​ເພາະ​ໂຕ.

Learn more about Hyundai

ຮູບ​ພາບ, ຂໍ້​ມູນ​ສະ​ເພາະ​ຂອງ​ເຄື່ອງ​ຈັກ ​ແລະ ຂໍ້​ມູນ​ຕ່າງໆ​ທີ່​ໄດ້​ໂພສ​ໄວ້​ຂ້າງ​ເທິງ​ນັ້ນ​ອາດ​ຈະ​ແຕກຕ່າງ​ກັນ​ໄປ​​ແຕ່​ລະ​ພູມ​ມິ​ພາກ. ຂໍ້​ມູນ​ ​ແລະ ຮູບ​ພາບ​ປະກອບ​ທັງ​ໝົດ​​ແມ່ນ​ອ້າງ​ອິງ​ຈາກ​ຂໍ້​ມູນ​ທີ່​ມີ​ຢູ່​ໃນ​ຊ່ວງ​ເວລາ​ທີ່​ມີ​ການ​ເຜີ​ຍ​​ແຜ່ ​ແລະ ອາດ​ມີ​ການ​ປ່ຽນ​ແປງ​ໄດ້​ໂດຍ​ບໍ່​ມີ​ການ​ແຈ້ງ​ໃຫ້​ຮູ້ລ່ວງ​ໜ້າ. ກະ​ລຸ​ນາ​ເຂົ້າ​ຊົ​ມໜ້າ​ເພ​ຮສປະຈຳ​ແຕ່​ລະ​ພູມິ​ພາກຂອງເຮົາ ຫຼື ໂຕແທນ​ຈຳໜ່າຍ​ສຳ​ຫຼັບ​ຂໍ້​ມູນ​ເພີ່ມ​ເຕີມ.